ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນ​ມາ ຕໍ່​ເວລາ​ພາວະ​ສຸກ​ເສີນ​ໃນທົ່ວປະເທດ​ອອກ​ໄປ​ອີກ 6 ເດືອນ


     ວິທະຍຸ​ສາກົນ (CRI) ແຫ່ງ ​ສປ ຈີນ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 1 ກຸມພາ 2024 ນີ້​ວ່າ: ຄະນະ​ ກຳມະການ​ປ້ອງ​ກັນ​ຊາດ ແລະ ຄວາມ
ໝັ້ນຄົງ ມຽນ​ມາ ໄດ້​ຕົກລົງ​ຕໍ່​ເວລາ​ພາວະ​ສຸກ​ເສີນ​ໃນ​ທົ່ວ​ປະ ເທດ​ອອກ​ໄປ​ອີກ 6 ເດືອນ.

     ພາຍຫລັງ​ຄະນະ​ກຳມະການປ້ອງ​ກັນ​ຊາດ ແລະ ຄວາມ​ໝັ້ນຄົງ ມຽນ​ມາ ໄດ້​ຈັດ​ກອງ​ປະຊຸມ ແລະ ເຫັນ​ດີ​ເປັນ​ເອກະ​ພາບປະຕິບັດ​ຕາມ
​ຂໍ້​ຕົກລົງ​ມາດຕາ​ທີ່​ກ່ຽວຂ້ອງ​ໃນ​ລັດ​ຖະ​ທຳ​ມະນູນ, ເນື່ອງ​ຈາ​ກວ່າ​ສະພາບ​ການ​ພາຍ​ໃນ​ປະເທດ ໃນ​ປັດຈຸບັນ​ຍັງ​ຕົກ​ຢູ່​ໃນ​ສະພາວະ​ທີ່​ບໍ່​ປົກກະ
ຕິ, ພາວະ​ສຸກ​ເສີນ​ທົ່ວ​ປະເທດ ຍັງ​ຈະ​ໄດ້​ຕໍ່​ເວລາ​ອອກ​ໄປ​ອີກ 6 ເດືອນ. ກອງ​ປະຊຸມຍັງ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ການ​ກວາດ​ລ້າງການ​ສໍ້​ໂກງ
​ທາງ​ໂທລະ​ຄົມ ແລະ ອິນ​ເຕີ​ເນັດ, ການ​ຊຸກຍູ້​ການ​ພັດທະນາ ແລະ ຄວາມ​ກ້າວໜ້າ​ທາງ​ດ້ານການ​ສຶກ​ສາ​ຂອງ​ປະເທດ ແລະ ດຳເນີນ​ການ​ສຳ​
ຫຼວດ​ປະຊາກອນ​ໃນ​ທົ່ວ​ປະເທດ ເປັນຕົ້ນ.

     ໃນ​ເດືອນ​ກຸມພາ ປີ 2021 ທີ່​ຜ່ານ​ມາ, ທ່ານ ມິນ​ສະ​ເວ ປະທານາທິບໍດີ​ຊົ່ວຄາວ​ຂອງ ມຽນ​ມາ ໄດ້​ປະກາດ​ໃຫ້​ທົ່ວ​ປະເທດ ເຂົ້າ​ສູ່​ພາວະ
​ສຸກ​ເສີນ​ເປັນ​ເວລາ​ໜຶ່ງ​ປີ ແລະ ມອບ​ອຳນາດ​ແຫ່ງ​ຊາດ ໃຫ້​ກອງ​ກຳລັງ​ປ້ອງ​ກັນ​ປະເທດ. ຕໍ່​ມາ, ກອງ​ກຳລັງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ຕັ້ງ​ຄະນະ
​ກຳມະການການ​ບໍລິຫານ​ງານແຫ່ງ​ຊາດ ເຊິ່ງ​ໄດ້​ແຕ່ງຕັ້ງ​ໃຫ້​ ທ່ານ ມິນ ອອງ​ລາຍ ເປັນ​ປະທານ​ຄະນະ​ກຳມະການ​ດັ່ງກ່າວ. ໃນ​ໄລຍະ​ຜ່ານ​ມາ,
ຄະນະ​ກຳມະການ​ປ້ອງ​ກັນ​ປະເທດ ແລະ ຄວາມ​ໝັ້ນຄົງ ມຽນ​ມາ ໄດ້​ປະກາດ​ຕໍ່​ເວລາ​ພາວະ​ສຸກ​ເສີນ​ທົ່ວ​ປະເທດຫຼາຍ​ເທື່ອ​ແລ້ວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/02/2024